ເລິ່ມຕົ້ນວັນໃໝ່ຂອງເຊົ້າວັນຈັນສຳຫຼັບຄົນທີ່ມັກໃນການເບິ່ງແຍງສຸຂະພາບ ສໍາຫຼັບຄົນທີ່ບໍ່ມີເວລາມາທາງນີ້ເລີຍ ເຮົາມີເຄັດລັບດີໆມານຳສະເໜີ ໃນການເບິ່ງແຍງສຸຂະພາບໃຫ້ດີໃຫ້ແຂງແຮງໂດຍປາດສະຈາກໂລກໄພໄຂ້ເຈັບ, ສຳຫຼັບໃຜທີ່ມັກ ໃນການເບິ່ງແຍງສຸຂະພາບເປັນກະແຈທີ່ສຳຄັນອີກຢ່າງໜຶ່ງທີ່ຈະເຮັດໃຫ້ຮູບຮ່າງອອກມາດູດີຕະຫຼອດທ່ານມາຖືກທາງແລ້ວ ແຕ່ຖ້າໃຜທີ່ຍັງບໍ່ເຄີຍຫາເວລາເບິ່ງຕົວເອງມາກ່ອນ ຫຼື ຢາກເລິ່ມຕົ້ນດູແລະຕົວເອງມາທາງນີ້ເລຍ ເຮົາມີເຄັດລັບ 7 ເຄັດລັບທີ່ສາມາດປະຕິບັດງ່າຍໆ ຖ້າເຮົາມີຄວາມຕັ້ງໃຈ ແລະ ຢາກເລິ່ມຕົ້ນປ່ຽນເຮັດໃຫ້ສຸຂະພາບດີຂຶ້ນເຫັນຜົນໄດ້ແນ່ນອນ

1.) ກິນອາຫານທີ່ເໝາະສົມ: ກິນໃຫ້ຕົງເວລາໃຫ້ຄົບ 3 ຄາບໂດຍສະເພາະໃນຕອນເຊົ້າຊຶ່ງເປັນມື້ສໍາຄັນທີ່ເຮົາບໍ່ຄວນລືມເດັດຂາດ. ງົດອາຫານແລງໃຫ້ທ້ອງເບົາສະບາຍ ບໍ່ກິນຫານຮອບດຶກຄວນກິນເວລາໃຫ້ຕົງໂມງ ທີ່ສຳຄັນໃນແຕ່ລະມື້ເຮົາຄວນກິນອາຫານໃຫ້ຄົບ 5 ໝູ່ໃຫ້ເໝາະສົມ ຄວນໝັ່ນກິນຜັກໝາກໄມ້ທີ່ມີເກືອແຮ່ ແລະ ວິຕາມິນໃຫ້ຄົບຖ່ວນ ບໍ່ຄວນປ່ອຍໃຫ້ທ້ອງວ່າງດົນເກິນໄປ ຄວນຮັບປະທານອາຫານໃຫ້ພຽງພໍຢູ່ຕະຫຼອດ

2.) ດື່ມນໍ້າໃຫ້ພຽງພໍ: ວິທີດື່ມນໍ້າໃຫ້ເໝາະສົມ ໂດຍສະເລ່ຍຢາງຕໍາປະມານ 8 ແກ້ວ / ຕໍ່ມື້ ຈະຊ່ວຍໃນການເຜົາຜານ ແລະການໝູນວຽນຂອງເລືອດຊຶ່ງຈໍາເປັນໃນການທໍາງານຂອງອະໄວຍະວະເພດຕ່າງໆໃນຮ່າງກາຍເຊັ່ນ: ກະຕຸ່ນການທຳງານຂອງຫົວໃຈ ແລະ ລະບົບໄຕໃຫ້ມີໃຫ້ມີປະສິດຕິພາບຫຼາຍຂຶ້ນ ນອກຈາກນີ້ ຍັງຊ່ວຍໃຫ້ປະລິມານໄຂມັນໃນຮ່າງກາຍລົດລົງ ຈະເປັນການລົດຄວາມອ້ວນໃນໂຕ ການດື່ມນໍ້າທີ່ພຽງພໍຍັງຊ່ວຍເຕິມຄວາມຊຸ່ມຊື່ນໃຫ້ກັບຜິວ ເຮັດໃຫ້ມີຄວາມສົດໃສຈາກພຍໃນສູ່ພາຍນອກເໝາະກັບຄົນທີ່ຮັກສຸຂະພາບເປັນຢ່າງດີ

3.) ຟິດແອນເຟີມ: ຢ່າລືມອອກກໍາລັງກາຍເປັນປະຈໍາ ຢາງນ້ອຍສັບດາລະ3ຄັ້ງ ຄັ່ງລະບໍ່ຕໍາກ່ວາ 30 ນາທີ ນອກຈາກຜົນໄດ້ທັນທີ ໃຫ້ສົດໃສແລ້ວການອອກກໍາລັງກາຍໃນໄລຍະຍາວຍັງຊ່ວຍເສີມສ້າງຄວາມແຂ່ງແຮງຂອງກ້າມເນື້ອ ປອດ ຫົວໃຈ ແຖມຍັງຊ່ວຍໃຫ້ລົດນໍ້າໜັກອີກດ້ວຍຊຶ່ງການອອກກຳລັງກາຍທີ່ດີຄວນໃຊ້ກ້າມເນື້ອຢ່າງນ້ອຍ 1 ໃນ 6 ສ່ວນຂອງຮ່າງກາຍ ກີລາຈະຊ່ວຍເສີມສ້າງກ້າມເນື້ອໃຫ້ກັບສາວເຊັ່ນ: ເຕັ້ນແອໂລບິກ, ໂຍຄະ, ແລ່ນ, ປັ່ນລົດຖີບ ແລະ ອື່ນໆ..

4.) ພັກຜ່ອນໃຫ້ພຽງພໍ ຄົນສ່ວນຫຼາຍມັກຖືການດື່ມເບຍເປັນການສາງສັນຜ່ອນຄາຍ ແນ່ນອນວ່າມັນຈະເຮັດໃຫ້ຮ່າງກາຍຊຸດໂຊມໄດ້ງ່າຍ ຊະນັ້ນ ເຮົາຄວນຫາເວລານອນພັກໃຫ້ພຽງພໍຢາງນ້ອຍມື້ລະ 6-8 ຊົ່ວໂມງ ຈະຊ່ວຍໃນການເລິ່ມຕົ້ນວັນໃຫມ່ທີ່ແຈ່ມໃສ ຫຼື ອາດຫາເວລາໄປທ່ຽວພັກຜ່ອນຊ່ວງວັນພັກຜ່ອນຢາງເຕັມທີ່.

5.) ລົດ ລະ ເລີກ: ພຶດຕິກໍາບັນທອນສຸຂະພາບ ບາງຄັ້ງຈະຫ້າມກັນບໍ່ໄດ້ເພາະ ບາງຄັ້ງການເຮັດວຽກອາດເຮັດໃຫ້ຄົນສ່ວນຫຼາຍຈະມີການພົບປະສ້າງສັນກັນຢູ່ຕະຫຼອດ ເຮົາຄວນ ຫຼຸດຜ່ອນ ຂອງມຶນເມົາ ເພາະມັນເປັນການເຕີມສານຜິດໃນຮ່າງກາຍຖ້າໃຜທີ່ມີສຸຂະພາບດີກໍດີໄປ ແຕ່ຫາກສຸຂະພາບບໍ່ດີ ຫຼື ບໍ່ແຂງແຮງ ເມື່ອເຕິມສານພິດເຂົ້າໄປກໍຈະມີຜົນສ່ຽງ ໂດຍສະເພາະແມ່ນຕັບ, ມະເຮັງປອດ ລວມທັງໂລກອື່ນ.

6.) ສຸຂະພາບຈິດກໍສໍາຄັນ: ນອກຈາກສຸຂະພາບທີ່ສໍາຄັນແລ້ວ ການມີສຸຂະພາບຈິດທີ່ດີຈະເຮັດໃຫ້ສົ່ງຜົນຕໍ່ສຸຂະພາບໂດຍລວມເຮັດໃຫ້ຈິດໃຈຜ່ອນຄາຍເຊັ່ນ ນັ່ງສະມາທິ ຈະເຮັດໃຫ້ຮັບມືກັບເລື້ອງຄຽດຕ່າງໆໄດ້.

7.) ແບ່ງເວລາໃຫ້ຄອບຄົວ: ຢ່າຄຽດກັບງານຈົນລືມຄົນທີ່ທ່ານຮັກບໍ່ວ່າຈະເປັນ ພໍ່ ແມ່ ຫຼື ຄົນທີ່ເຮົາຮັກ ເພາະຄວາມສຸກສ່ວນໜຶ່ງມາຈາກມຸມນ້ອຍໆເຫຼົ່ານີ້

ນີ້ຄື 7 ວິທີໃຫ້ທຸກຄນສຸຂະພາບດີ.
Next
บทความใหม่กว่า
Previous
This is the last post.
Axact

Axact

Vestibulum bibendum felis sit amet dolor auctor molestie. In dignissim eget nibh id dapibus. Fusce et suscipit orci. Aliquam sit amet urna lorem. Duis eu imperdiet nunc, non imperdiet libero.

Post A Comment:

0 comments: