2016
ພິ​ຊິດ​ເບົາ​ຫວານ​ ດ້ວຍ​ນ້ຳ​ຕົ້ມ​ຜັກອີເລີດ​
ຂ່າວ​ດີ​ສຳລັບ​ຜູ້​ປ່ວຍ​ເບົາ​ຫວານ​ ເພາະ​ຕອນ​ນີ້ສະຫ​ມຸນ​ໄພ​ຫາ​ງ່າຍ​ຄື "ຜັກອີເລີດ​" ນັ້ນ​ມີ​ງານ​ວິໄ​ຈ​ຢືນຢັນ​ແລ້ວ​ວ່າ​ເໝາະ​ສຳລັບ​ເຈົ້າ​ ເນື່ອງ​ຈາກ​ມີ​ສານ​ແອນ​ຕິ​ອອກ​ຊິ​ແດນ​, ແຄລ​ຊຽມ​ ວິ​ຕາ​ມິນ​ເອ​ ແລະ ​ຊີ ​ໃນ​ປະລິມານ​ທີ່​ສູງ​ຫຼາຍ​ ທີ່​ສຳຄັນ​ຄື:​ ຊ່ວຍ​ຫຼຸດ​ນ້ຳ​ຕານ​ໃນ​ເລືອດ​ໄດ້​ດີ​.​

ໂດຍ​ຕຳ​ຮັບ​ຢາ​ພື້ນ​ບ້ານ​ແກ້​ເບົາ​ຫວານ​ນັ້ນ​ ພຽງແຕ່ກຽມຜັກອີເລີດ​ (ທັງ​ຕົ້ນ​ຈົນ​ເຖິງ​ຮາກ​) 1 ກຳ​ມື​ນຳ​ມາ​ຕົ້ມ​ກັບ​ນ້ຳ​ 3 ບວຍ ຍົກ​ຂຶ້ນ​ຕັ້ງ​ເຕົາ​ຄ່ຽວ​ຈົນ​ເຫຼືອ​ 1 ບ່ວຍ ກິນເທື່ອ​ລະ​ເຄິ່ງ​ແກ້ວ​ກາເຟ​ ກ່ອນ​ອາຫານ​ 3 ຄາບ.​
ພຽງ​ເທົ່າ​ນີ້​ກໍ​ສາມາດ​ຫຼຸດ​ລະ​ດັບ​ນ້ຳ​ຕານ​ໄດ້​ບໍ່​ຍາກ​


                  

ວິທີ​ແກ້​ຮ້ອນ​ໃນ​ສູດ​ຊາວ​ບ້ານ​ ດ້ວຍ​ການ​ໃຊ້​ນ້ຳ​ເກືອ​ບ້ວນ​ປາກ​

ອີກ​ວິທີ​ງ່າຍ​ທີ່​ຊ່ວຍ​ແກ້​ອາການ​ຮ້ອນ​ໃນ​ໄດ້​ຜົນ​ກໍ​ຄື​ການ​ບ້ວນ​ປາກ​ດ້ວຍ​ນ້ຳ​ເກືອ​ ຊຶ່ງ​ວິທີ​ການ​ກໍ​ງ່າຍໆ​ໃຫ້​ເອົາ​ເກືອ​ທີ່​ເຮົາ​ໃຊ້​ເຮັດ​ກິນ​ນັ້ນ​ແຫຼະ​ເອົາ​ໄປ​ປະສົມ​ກັບ​ນ້ຳ​

ໂດຍ​ອັດຕາ​ສ່ວນ​ຄື​ ເກືອ​ 1/2 ບ່ວງຊາ​ ຕໍ່​ນ້ຳ​ 1 ແກ້ວ​(ແກ້ວ​ຂະໜາດ​ປົກກະຕິ​)

ແລ້ວ​ກໍ​ເອົາ​ມາ​ບ້ວນ​ປາກ​ຫຼັງ​ອາບ​ນ້ຳ​ເຊົ້າ​-ແລງ ຈະ​ຊ່ວຍ​ຫຼຸດ​ອາການ​ຮ້ອນ​ໃນ​ແລະ​ແຜ​ໃນ​ປາກ​ໄປ​ໄດ້​ຫຼາຍ ເຮັດ​ທຸກ​ມື້​ ປະ​ມານ​ 3-4 ມື້​ອາການ​ຮ້ອນ​ໃນ​ກໍ​ຈະ​ຫາຍ​ໄປ​ເອງ.​
========================================================





ເລິ່ມຕົ້ນວັນໃໝ່ຂອງເຊົ້າວັນຈັນສຳຫຼັບຄົນທີ່ມັກໃນການເບິ່ງແຍງສຸຂະພາບ ສໍາຫຼັບຄົນທີ່ບໍ່ມີເວລາມາທາງນີ້ເລີຍ ເຮົາມີເຄັດລັບດີໆມານຳສະເໜີ ໃນການເບິ່ງແຍງສຸຂະພາບໃຫ້ດີໃຫ້ແຂງແຮງໂດຍປາດສະຈາກໂລກໄພໄຂ້ເຈັບ, ສຳຫຼັບໃຜທີ່ມັກ ໃນການເບິ່ງແຍງສຸຂະພາບເປັນກະແຈທີ່ສຳຄັນອີກຢ່າງໜຶ່ງທີ່ຈະເຮັດໃຫ້ຮູບຮ່າງອອກມາດູດີຕະຫຼອດທ່ານມາຖືກທາງແລ້ວ ແຕ່ຖ້າໃຜທີ່ຍັງບໍ່ເຄີຍຫາເວລາເບິ່ງຕົວເອງມາກ່ອນ ຫຼື ຢາກເລິ່ມຕົ້ນດູແລະຕົວເອງມາທາງນີ້ເລຍ ເຮົາມີເຄັດລັບ 7 ເຄັດລັບທີ່ສາມາດປະຕິບັດງ່າຍໆ ຖ້າເຮົາມີຄວາມຕັ້ງໃຈ ແລະ ຢາກເລິ່ມຕົ້ນປ່ຽນເຮັດໃຫ້ສຸຂະພາບດີຂຶ້ນເຫັນຜົນໄດ້ແນ່ນອນ

1.) ກິນອາຫານທີ່ເໝາະສົມ: ກິນໃຫ້ຕົງເວລາໃຫ້ຄົບ 3 ຄາບໂດຍສະເພາະໃນຕອນເຊົ້າຊຶ່ງເປັນມື້ສໍາຄັນທີ່ເຮົາບໍ່ຄວນລືມເດັດຂາດ. ງົດອາຫານແລງໃຫ້ທ້ອງເບົາສະບາຍ ບໍ່ກິນຫານຮອບດຶກຄວນກິນເວລາໃຫ້ຕົງໂມງ ທີ່ສຳຄັນໃນແຕ່ລະມື້ເຮົາຄວນກິນອາຫານໃຫ້ຄົບ 5 ໝູ່ໃຫ້ເໝາະສົມ ຄວນໝັ່ນກິນຜັກໝາກໄມ້ທີ່ມີເກືອແຮ່ ແລະ ວິຕາມິນໃຫ້ຄົບຖ່ວນ ບໍ່ຄວນປ່ອຍໃຫ້ທ້ອງວ່າງດົນເກິນໄປ ຄວນຮັບປະທານອາຫານໃຫ້ພຽງພໍຢູ່ຕະຫຼອດ

2.) ດື່ມນໍ້າໃຫ້ພຽງພໍ: ວິທີດື່ມນໍ້າໃຫ້ເໝາະສົມ ໂດຍສະເລ່ຍຢາງຕໍາປະມານ 8 ແກ້ວ / ຕໍ່ມື້ ຈະຊ່ວຍໃນການເຜົາຜານ ແລະການໝູນວຽນຂອງເລືອດຊຶ່ງຈໍາເປັນໃນການທໍາງານຂອງອະໄວຍະວະເພດຕ່າງໆໃນຮ່າງກາຍເຊັ່ນ: ກະຕຸ່ນການທຳງານຂອງຫົວໃຈ ແລະ ລະບົບໄຕໃຫ້ມີໃຫ້ມີປະສິດຕິພາບຫຼາຍຂຶ້ນ ນອກຈາກນີ້ ຍັງຊ່ວຍໃຫ້ປະລິມານໄຂມັນໃນຮ່າງກາຍລົດລົງ ຈະເປັນການລົດຄວາມອ້ວນໃນໂຕ ການດື່ມນໍ້າທີ່ພຽງພໍຍັງຊ່ວຍເຕິມຄວາມຊຸ່ມຊື່ນໃຫ້ກັບຜິວ ເຮັດໃຫ້ມີຄວາມສົດໃສຈາກພຍໃນສູ່ພາຍນອກເໝາະກັບຄົນທີ່ຮັກສຸຂະພາບເປັນຢ່າງດີ

3.) ຟິດແອນເຟີມ: ຢ່າລືມອອກກໍາລັງກາຍເປັນປະຈໍາ ຢາງນ້ອຍສັບດາລະ3ຄັ້ງ ຄັ່ງລະບໍ່ຕໍາກ່ວາ 30 ນາທີ ນອກຈາກຜົນໄດ້ທັນທີ ໃຫ້ສົດໃສແລ້ວການອອກກໍາລັງກາຍໃນໄລຍະຍາວຍັງຊ່ວຍເສີມສ້າງຄວາມແຂ່ງແຮງຂອງກ້າມເນື້ອ ປອດ ຫົວໃຈ ແຖມຍັງຊ່ວຍໃຫ້ລົດນໍ້າໜັກອີກດ້ວຍຊຶ່ງການອອກກຳລັງກາຍທີ່ດີຄວນໃຊ້ກ້າມເນື້ອຢ່າງນ້ອຍ 1 ໃນ 6 ສ່ວນຂອງຮ່າງກາຍ ກີລາຈະຊ່ວຍເສີມສ້າງກ້າມເນື້ອໃຫ້ກັບສາວເຊັ່ນ: ເຕັ້ນແອໂລບິກ, ໂຍຄະ, ແລ່ນ, ປັ່ນລົດຖີບ ແລະ ອື່ນໆ..

4.) ພັກຜ່ອນໃຫ້ພຽງພໍ ຄົນສ່ວນຫຼາຍມັກຖືການດື່ມເບຍເປັນການສາງສັນຜ່ອນຄາຍ ແນ່ນອນວ່າມັນຈະເຮັດໃຫ້ຮ່າງກາຍຊຸດໂຊມໄດ້ງ່າຍ ຊະນັ້ນ ເຮົາຄວນຫາເວລານອນພັກໃຫ້ພຽງພໍຢາງນ້ອຍມື້ລະ 6-8 ຊົ່ວໂມງ ຈະຊ່ວຍໃນການເລິ່ມຕົ້ນວັນໃຫມ່ທີ່ແຈ່ມໃສ ຫຼື ອາດຫາເວລາໄປທ່ຽວພັກຜ່ອນຊ່ວງວັນພັກຜ່ອນຢາງເຕັມທີ່.

5.) ລົດ ລະ ເລີກ: ພຶດຕິກໍາບັນທອນສຸຂະພາບ ບາງຄັ້ງຈະຫ້າມກັນບໍ່ໄດ້ເພາະ ບາງຄັ້ງການເຮັດວຽກອາດເຮັດໃຫ້ຄົນສ່ວນຫຼາຍຈະມີການພົບປະສ້າງສັນກັນຢູ່ຕະຫຼອດ ເຮົາຄວນ ຫຼຸດຜ່ອນ ຂອງມຶນເມົາ ເພາະມັນເປັນການເຕີມສານຜິດໃນຮ່າງກາຍຖ້າໃຜທີ່ມີສຸຂະພາບດີກໍດີໄປ ແຕ່ຫາກສຸຂະພາບບໍ່ດີ ຫຼື ບໍ່ແຂງແຮງ ເມື່ອເຕິມສານພິດເຂົ້າໄປກໍຈະມີຜົນສ່ຽງ ໂດຍສະເພາະແມ່ນຕັບ, ມະເຮັງປອດ ລວມທັງໂລກອື່ນ.

6.) ສຸຂະພາບຈິດກໍສໍາຄັນ: ນອກຈາກສຸຂະພາບທີ່ສໍາຄັນແລ້ວ ການມີສຸຂະພາບຈິດທີ່ດີຈະເຮັດໃຫ້ສົ່ງຜົນຕໍ່ສຸຂະພາບໂດຍລວມເຮັດໃຫ້ຈິດໃຈຜ່ອນຄາຍເຊັ່ນ ນັ່ງສະມາທິ ຈະເຮັດໃຫ້ຮັບມືກັບເລື້ອງຄຽດຕ່າງໆໄດ້.

7.) ແບ່ງເວລາໃຫ້ຄອບຄົວ: ຢ່າຄຽດກັບງານຈົນລືມຄົນທີ່ທ່ານຮັກບໍ່ວ່າຈະເປັນ ພໍ່ ແມ່ ຫຼື ຄົນທີ່ເຮົາຮັກ ເພາະຄວາມສຸກສ່ວນໜຶ່ງມາຈາກມຸມນ້ອຍໆເຫຼົ່ານີ້

ນີ້ຄື 7 ວິທີໃຫ້ທຸກຄນສຸຂະພາບດີ.